ເງື່ອນໄຂ ເເລະ ຂໍ້ກຳນົດ

ລະບົບຊື້ບັດເຂົ້າງານແບບອອນໄລນ໌ (E-Ticket) ພັດທະນາໂດຍ ບໍລິສັດ ບິສຈີຕອລ ຈໍາກັດ ເພື່ອໃຫ້ຜູ້ເຂົ້າຮ່ວມກິດຈະກໍາ ຊື້ບັດເຂົ້າງານໄດ້ຢ່າງສະດວກສະບາຍຜ່ານລະບົບອອນໄລນ໌.

ເງື່ອນໄຂຂອງການຊື້ບັດເຂົ້າງານຜ່ານລະບົບ tickget.la

  • ຜູ້ທີ່ຊື້ບັດເຂົ້າງານຕ້ອງລົງທະບຽນເຂົ້າສູ່ລະບົບດ້ວຍຂໍ້ມູນສ່ວນຕົວ ແລະ ເບີໂທລະສັບ ໂດຍຜ່ານລະບົບ OTP.
  • ກະລຸນາຊື້ບັດຕາມປະເພດບັດທີ່ໄດ້ຈັດໄວ້ ແລະ ບັດທີ່ມີການຊື້ໄປແລ້ວນັ້ນຈະບໍ່ສາມາດປ່ຽນປະເພດບັດໄດ້.
  • ຜູ້ທີ່ຊື້ບັດຜ່ານລະບົບຂອງເຮົາ ຈະຕ້ອງນໍາຫຼັກຖານ QR Code ທີ່ໄດ້ຮັບ ໄປເເລກເອົາ ບັດ ຫຼື ສາຍຄ້ອງແຂນ ທີ່ບູທຂອງພວກເຮົາໜ້າງານ ກ່ອນທີ່ຈະເຂົ້າໄປໃນງານ.
  • ຜູ້ທີ່ສັ່ງຊື້ບັດສາມາດກວດສອບປະຫວັດການສັ່ງຊື້ຄືນໄດ້ໃນລະບົບ.
  • ບັດທີ່ຊື້ໄປແລ້ວຈະບໍ່ສາມາດແລກກັບຄືນເປັນເງິນ ຫຼື ເເລກປ່ຽນໄດ້ເປັນສິ່ງອື່ນໄດ້ທຸກກໍລະນີ.
  • ບັດທີ່ຊື້ໄປແລ້ວຈະຕ້ອງຮັກສາເປັນຄວາມລັບ ແລະ ເປັນຄວາມຮັບຜິດຊອບຂອງຜູ້ກ່ຽວເອງ.
  • ຜູ້ທີ່ຮັບບັດເຂົ້າງານແບບອອນໄລນ໌ (E-Ticket) ຕໍ່ມາຈາກຄົນອື່ນຕ້ອງຍອມຮັບຄວາມສ່ຽງເລື່ອງການປອມແປງບັດ ແລະ ທາງລະບົບຈະບໍ່ຮັບຜິດຊອບ - ແກ້ໄຂ ຄວາມເສຍຫາຍທີ່ເກີດຂຶ້ນທຸກກໍລະນີ.
  • ຜູ້ທີ່ຊື້ບັດເຂົ້າງານ ທຸກທ່ານຖືວ່າຮັບຊາບ ແລະ ຍິນຍອມປະຕິບັດຕາມກະຕິກາ ເງື່ອນໄຂ ໂດຍບໍ່ມີຂໍ້ຂັດແຍ້ງ.
  • ຜູ້ທີ່ຊື້ບັດເຂົ້າງານຕ້ອງສຶກ ສາເງື່ອນໄຂ ແລະ ຂໍ້ຕົກລົງຢ່າງຮອບຄອບ ເມື່ອທ່ານ ເລີ່ມທຳການຊື້ບັດແລ້ວ ຖືເປັນການຍອມຮັບກະຕິກາ ແລະ ເງື່ອນໄຂຂອງພວກເຮົາ.
  • ເງື່ອນໄຂ ແລະ ຂໍ້ຕົກລົງ ອາດມີການປ່ຽນແປງໂດຍບໍ່ໄດ້ແຈ້ງໃຫ້ຮັບຮູ້ລ່ວງໜ້າ.